ທົ່ວໂລກຕ້ອງກຳຈັດກາກບອນ 4 ເທົ່າ ເພື່ອຄວບຄຸມອຸນຫະພູມໃຫ້ໄດ້ຕາມເປົ້າໝາຍ
ຕາມແຫຼ່ງຂ່າວສິງກະໂປ ລາຍງານໃຫ້ຮູ້ວັນທີ 5 ມິຖຸນາ 2024 ນີ້, ຄະນະນັກວິໄຈ ໄດ້ແນະນຳວ່າ ລັດຖະບານ ປະເທດຕ່າງໆ ຈະ
ຕ້ອງປູກຕົ້ນໄມ້ ແລະ ໃຊ້ເຕັກໂນໂລຊີ ທີ່ຈະກຳຈັດກາກບອນໃຫ້ໄດ້ 4 ເທົ່າ ຂອງທີ່ກຳຈັດໃນແຕ່ລະປີ ເພື່ອໃຫ້ບັນລຸເປົ້າໝາຍ ກ່ຽວກັບ
ການຄວບຄຸມອຸນຫະພູມໂລກບໍ່ໃຫ້ຫລາຍກວ່າ 1,5 ອົງສາ.
ບົດລາຍງານປະຈຳປີ ກ່ຽວກັບການກຳຈັດ ກາກບອນດີອົກຊິດ ລະບຸວ່າ: ປັດຈຸບັນ ການກຳ ຈັດກາກບອນ ຫລື ຊີດີອາຣ (CDR)
ສາມາດກຳຈັດ ກາກບອນດິອົກຊິດ ຫຼື ຊີໂອທູ (CO2) ຈາກຊັ້ນບັນຍາກາດໄດ້ ປີລະ 2.000 ລ້ານເມຕິກຕັນ, ແຕ່ຈຳເປັນຕ້ອງກຳຈັດໃຫ້
ໄດ້ປີລະ 7.000-9.000 ລ້ານເມຕິກຕັນ, ເພື່ອໃຫ້ສາມາດຄວບຄຸມອຸນຫະພູມໂລກບໍ່ໃຫ້ຫຼາຍກວ່າ 1,5 ອົງ ສາ ຈາກຍຸກກ່ອນອຸດສາຫະ
ກຳ ເນື່ອງຈາກປະລິມານການປ່ອຍແກັສ ເຮືອນແກ້ວສຸດທິຂອງໂລກສະສົມເພີ່ມຂຶ້ນໃນທຸກປີ, ໂດຍສະເພາະ ປີ 2022 ໄດ້ກວມເອົາ
ຫຼາຍເຖິງ 55.000 ລ້ານເມຕິກຕັນ.
ຄະນະນັກວິໄຈໄດ້ຊີ້ແຈງວ່າ: ຈຳເປັນຕ້ອງມີນະໂຍບາຍໃໝ່ ເພື່ອເລັ່ງຄວາມຕ້ອງການໃຫ້ມີຊີດີອາຣ, ປັດຈຸບັນ ມີທຶນສະໜັບສະໜູນ
ເຕັກໂນໂລຊີໃໝ່ຫຼຸດລົງຕັ້ງແຕ່ປີ 2020, ໂດຍປີ 2023 ມີການລົງທຶນໃນສະຕາຣອັບພຽງ 856 ລ້ານໂດລາສະຫະລັດ, ກວມເອົາ 1%
ຂອງການໃຊ້ຈ່າຍດ້ານເຕັກໂນໂລຊີກ່ຽວກັບສະພາບອາກາດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/06/2024